ພະລັງງານແບບຍືນຍົງ (Sustainable energy)
From Wikipedia, the free encyclopedia
ພະລັງງານແບບຍືນຍົງ ແມ່ນຫຼັກການທີ່ກ່ຽວກັບ ການທີ່ມະນຸດໃຊ້ພະລັງງານນັ້ນສາມາດຕອບສະຫນອງຄວາມຕ້ອງການໃນປະຈຸບັນ ໂດຍປາສະຈາກການລົດທອນຄວາມສາມາດໃນການຜະລິດພະລັງງານໃນອະນາຄົດອັນສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້." [1] ຍຸດທະສາດຂອງພະລັງງານແບບຍືນຍົງ ໂດຍທົ່ວໄປມີຢູ່ສອງເສົາຫລັກຄື: ມີວິທີການໃນການຜະລິດພະລັງງານທີ່ສະອາດຂຶ້ນ ແລະ ການອະນຸລັກຮັກສາພະລັງງານ .
ເຕັກໂນໂລຢີຕ່າງໆຂອງພະລັງງານແບບຍືນຍົງແມ່ນຖືກນໍາໃຊ້ເພື່ອຜະລິດໄຟຟ້າ, ເພື່ອປັບອາກາດຮ້ອນແລະເຢັນໃນອາຄານຕ່າງໆ, ແລະ ເພື່ອໃຊ້ໃນການອອກລະບົບຍານພາຫະນະຂົນສົ່ງ ແລະ ເຄື່ອງຈັກຕ່າງໆ. ເມື່ອກ່າວເຖິງວິທີການຜະລິດພະລັງງານ, ຄໍາສັບ "ພະລັງງານແບບຍືນຍົງ(Sustainable energy)" ແມ່ນຖືກໃຊ້ແທນກັນເລື້ອຍໆກັບຄໍາສັບທີ່ວ່າ " ພະລັງງານທົດແທນ (Renewable energy) ". ແຫຼ່ງພະລັງງານທົດແທນໂດຍທົ່ວໄປມີຄື: ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນໃຕ້ດິນ ແລະ ພະລັງງານຂອງທະເລ ແມ່ນຖືວ່າເປັນແຫຼ່ງພະລັງງານທີ່ຍືນຍົງຢ່າງກວ້າງຂວາງ. ເຖິງຢ່າງໃດກໍ່ຕາມ, ການດຳເນີນປະຕິບັດໂຄງການພະລັງງານທົດແທນໜຶ່ງໆ, ເຊັ່ນ: ການສ້າງເຂື່ອນເພື່ອການຜະລິດ ໄຟຟ້າພະລັງງານນຳ້, ຫຼື ການຖາງປ່າເພື່ອການຜະລິດ ເຊື້ອໄຟຊີວະພາບ, ບາງຄັ້ງກໍ່ເຮັດໃຫ້ມີຄວາມກັງວົນຕໍ່ຄວາມຍືນຍົງທີ່ສໍາຄັນ. ມັນມີຫຼາກຫຼາຍການໂຕ້ຖຽງກ່ຽວກັບວ່າ ພະລັງງານນິວເຄຼຍນັ້ນຈະສາມາດເປັນພະລັງງານທີ່ຍືນຍົງຫຼືໄດ້ບໍ່.
ຕົ້ນທຶນຂອງແຫຼ່ງພະລັງງານແບບຍືນຍົງແມ່ນໄດ້ຫຼຸດລົງຢ່າງຮ້າຍແຮງໃນປີທີ່ຜ່ານໆມາ, ແລະກໍຈະຫຼຸດລົງເລື້ອຍໆ. ນະໂຍບາຍລັດຖະບານທີ່ມີປະສິທິພາບໄດ້ເພີ່ມການສະໜັບສະໜູນຄວາມເຊື່ອໝັ້ນຂອງນັກລົງທຶນຂຶ້ນເລື້ອຍໆ ແລະ ຕະຫຼາດເຫຼົ່ານີ້ກໍ່ກຳລັງເຕີບໃຫຍ່ຂະຫຍາຍຕົວ. ຄວາມກ້າວຫນ້າທີ່ຍິ່ງໃຫຍ່ແມ່ນກຳລັງໄດ້ເກີດຂຶ້ນໃນການປ່ຽນແປງພະລັງງານ (Energy transition) ຈາກ ພະລັງງານເຊື້ອໄຟຟອດຊິລ ສູ່ ລະບົບນິເວດທີ່ຍືນຍົງ ໃນຈຸດທີ່ວ່າຫຼາກຫຼາຍນັກວິຊາການແມ່ນສະໜັບສະໜູນ ພະລັງງານທົດແທນແບບ 100 ເປີເຊັນ
ວິຖີການຈັດຕັ້ງປະຕິບັດ ເພື່ອຄວາມຍືນຍົງແມ່ນ ການພັດທະນາແບບຍືນຍົງ ເຊິ່ງລວມມີ ສີ່ ຂອບເຂດທີ່ເຊື່ອມໂຍງເຊັ່ນ: ນິເວດສາດ, ເສດຖະສາດ, ການເມືອງແລະວັດທະນະທໍາ. [2] ວິທະຍາສາດຄວາມຍືນຍົງ ແມ່ນການສຶກສາຂອງການພັດທະນາແບບຍືນຍົງ ແລະ ວິທະຍາສາດສິ່ງແວດລ້ອມ. [3]