ວັດທະນະທຳ
From Wikipedia, the free encyclopedia
ວັດທະນະທຳ (ຄຳເຄົ້າ: ວັທນະທັມ; ອັງກິດ: culture) ໂດຍທົ່ວໄປໝາຍເຖິງ ຮູບແບບຂອງກິດຈະກຳແລະໂຄງສ້າງແນວສັນຍະລັກທີ່ເຮັດໃຫ້ກິດຈະກຳນັ້ນເດັ່ນແລະມີຄວາມສຳຄັນ. ວິຖີການດຳເນີນຊີວິດ ເຊິ່ງເປັນພຶດຕິກຳແລະສິ່ງທີ່ຄົນໃນໝູ່ຜະລິດສ້າງຂຶ້ນ ດ້ວຍການຮຽນຮູ້ເຊິ່ງກັນແລະກັນ ແລະຮ່ວມໃຊ້ຢູ່ໃນໝູ່ພວກຂອງຕົນ. ວັດທະນະທຳສ່ວນໜຶ່ງສາມາດສະແດງອອກຜ່ານ ດົນຕີ ວັນນະກຳ ຈິດຕະກຳ ປະຕິມາກຳ ການລະຄອນແລະຮູບເງົາ.
ແມ່ນບາງເທື່ອອາດມີຜູ້ກ່າວວ່າວັດທະນະທຳແມ່ນເລື່ອງທີ່ວ່າດ້ວຍການບໍລິໂພກແລະສິນຄ້າບໍລິໂພກ ຄື ວັດທະນະທຳລະດັບສູງ ວັດທະນະທຳລະດັບຕ່ຳ ວັດທະນະທຳພື້ນບ້ານ ເປັນຕົ້ນ ແຕ່ນັກມານຸດສາດໂດຍທົ່ວໄປພັດມັກກ່າວເຖິງວັດທະນະທຳວ່າ ແມ່ນບໍ່ໄດ້ເປັນພຽງສິນຄ້າບໍລິໂພກ ແຕ່ແມ່ນກະບວນການໃນການຜະລິດສິນຄ້າແລະການໃຫ້ຄວາມໝາຍແກ່ສິນຄ້ານັ້ນໆ ນຳ.
ທັງຍັງຮວມໄປເຖິງຄວາມສັມພັນທາງສັງຄົມແລະແນວການປະຕິບັດທີ່ເຮັດໃຫ້ວັຖຸແລະກະບວນການໃນຜະລິດຫຼອມຮວມຢູ່ນຳກັນ. ໃນສາຍຕາຂອງນັກມານຸດສະຍະວິທະຍາແມ່ນຮວມໄປເຖິງເຕັກໂນໂລຊີ ສິລະປະ ວິທະຍາສາດຮວມທັງລະບົບສີລະທຳ ວັດທະນະທຳໃນພູມພາກຕ່າງໆ. ອາດໄດ້ຮັບອິດທິພົນແຕ່ການຕິດຕໍ່ນຳພູມພາກອື່ນ ຄື ການເປັນອານານິຄົມ ການຄ້າຂາຍ ການຍ້າຍຖິ່ນຖານ ການສື່ສານມວນຊົນແລະສາສະໜາ. ຕື່ມທັງລະບົບຄວາມເຊື່ອ ບໍ່ວ່າຈະເປັນເລື່ອງສາສະໜາມີບົດບາດໃນວັດທະນະທຳໃນປະຫວັດສາດຂອງມະນຸດຊາດມາໂດຍຕະຫຼອດ.