Józef Gosławski
ນັກສິລະປິນໂປໂລຍ / From Wikipedia, the free encyclopedia
ທ່ານ Józef Jan Gosławski ເຊິ່ງເປັນນັກແກະສະຫຼັກ (ເກີດເມື່ອວັນທີ 24 ເມສາ 1908 ທີ່ບ້ານ Polanówka, ໃກ້ກັບເມືອງ Lublin ແລະ ເສຍຊີວິດໃນວັນທີ 23 ມັງກອນ 1963 ທີ່ນະຄອນຫຼວງ Warsaw, ປະເທດ Poland) ພ້ອມດ້ວຍນັກອອກແບບຫຼຽນຊາວໂປໂລຍຈໍານວນໜຶ່ງ ໄດ້ພ້ອມກັນອອກແບບຫຼຽນປະເພດຕ່າງໆ ຕົວຢ່າງເຊັ່ນ: ຫຼຽນ 5 zł ທີ່ມີຮູບຄົນຫາປາ. ພ້ອມດຽວກັນນັ້ນ, ເຂົາເຈົ້າກໍຍັງໄດ້ຮ່ວມກັນອອກແບບອະນຸສອນສະຖານຫຼາຍໆແຫ່ງ ໂດຍສະເພາະກໍແມ່ນ: ອານຸສະຖານຂອງ ທ່ານ Frederic Chopin ຢູ່ທີ່ Żelazowa Wola ແລະ ກໍຍັງໄດ້ອອອກແບບຫຼຽນໄຊໃນຮຸ້ນປີ 1939; ເຊິ່ງຜົນງານດັ່ງກ່າວເຫຼົ່ານີ້ ແມ່ນລ້ວນແລ້ວແຕ່ໄດຮັບລາງວັນຜົນງານສິນລະປະກໍາຊັ້ນເລີດໃນງານປະກວດຕ່າງໆ.
- Józef Gosławski
- ອານຸສະຖານຂອງທ່ານ Frederic Chopin ຢູ່ທີ່ Żelazowa Wola
- ພາບຮຽນແບບຂອງ ທ່ານ Mohandas Karamchand Gandhi
- ຫຼຽນກາທີ່ມີຮູບພາບຂອງ ທ່ານ Ludovic Lazarus Zamenhof